ທ່ານ ສີຈິ້ນຜີງ ພົບປະກັບປະທານາທິບໍດີ ກາຊັກສະຖານ
ຕາມຂ່າວສານຊິນຮວາລາຍງານວັນທີ 17 ພຶດສະພາ ນີ້ວ່າ: ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ກາຊິມ ໂຊມາດ ໂຕກາເອຟ ປະທານາທິບໍ ດີກາຊັກສະຖານ ທີ່ເດີນທາງມານະຄອນຊີອານປະເທດຈີນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຈີນ-ອາຊີກາງ. ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ກົນໄກຈີນ-ອາຊີກາງມີ ຈຸດປະສົງສຸມກຳລັງເຂົ້າໃນຄວາມຕ້ອງການໃນປັດຈຸບັນ ແລະການພັດທະນາໃນອະນາຄົດ, ເພີ່ມທະວີການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະ ໂຫຍດ, ຊ່ວຍ ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ກອງປະຊຸມສຸດຍອດຈີນ-ອາຊີກາງມີຄວາມໝາຍສຳຄັນທີ່ເປັນຂີດໝາຍໃນປະຫວັດສາດ ແລະຈະຊຸກຍູ້ການຮ່ວມມືລະ ຫວ່າງຈີນກັບອາຊີກາງໃຫ້ກ້າວເຂົ້າສູ່ຍຸກໃໝ່. ຈີນຍິນດີຮ່ວມກັບປະເທດຕ່າງໆໃນອາຊີກາງ ທີ່ລວມທັງກາຊັກສະຖານ ເປິກສາຫາລືຮ່ວມກັນ ແລະ ສ້າງສາ ຮ່ວມກັນ, ສ້າງກົນໄກຈີນ-ອາຊີກາງໃຫ້ເປັນເວທີສຳຄັນໃນການຊຸກຍູ້ການຮ່ວມມື 6 ປະເທດໃຫ້ກ້າວເຂົ້າສູ່ລວງເລິກ. ທ່ານ ກາຊິມ ໂຊມາດ ໂຕກາເອຟ ກ່າວ ວ່າ: ກາຊັກສະຖານສະໜັບສະໜູນຂໍ້ລິເລີ່ມກ່ຽວກັບການພັດທະນາທົ່ວໂລກ, ຂໍ້ລິເລີ່ມກ່ຽວກັບຄວາມໝັ້ນຄົງທົ່ວໂລກ ແລະຂໍ້ລິເລີ່ມກ່ຽວກັບອະລິຍະທຳທົ່ວ ໂລກ ພ້ອມທັງຍິນດີເພີ່ມທະວີການແລກປ່ຽນ ແລະການປະ ສານງານກັບຈີນໃນດ້ານດັ່ງກ່າວ. ກາຊັກສະຖານຍິນດີຮ່ວມກັບຈີນ, ນຳໃຊ້ກົນໄກຈີນ-ອາຊີກາງ ຢ່າງເຕັມທີ່, ຮ່ວມກັນສົ່ງເສີມຄວາມໝັ້ນຄົງ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/05/2023